ເຂົ້າລະບົບ
ເວັບເກົ່າ

ຄຳຖາມທີ່ພົບເລື້ອຍ

ຖ້າການຕື່ມເງິນບໍ່ສຳເລັດ ຈະໄດ້ເງິນຄືນບໍ?

  • 010PAY
  • ວັນທີ 2026-09-21
  • ເປີດເບິ່ງ 1,252
ຖ້າຕື່ມເງິນບໍ່ສຳເລັດ ລູກຄ້າສາມາດຍື່ນຄຳຮ້ອງຂໍຄືນເງິນຜ່ານແບບຟອມຂໍຄືນເງິນໄດ້
ການຮັບຄຳຮ້ອງຂໍຄືນເງິນຈະດຳເນີນການໃນວັນເຮັດວຽກ ເວລາ 09:00–21:00 ໂມງ
ສາເຫດຫຼັກທີ່ເຮັດໃຫ້ການຕື່ມເງິນບໍ່ສຳເລັດ ມີ 5 ກໍລະນີ ດັ່ງນີ້:
1. ເລືອກ Package ບໍ່ຖືກຕ້ອງ
2. ປ້ອນເບີໂທລະສັບທີ່ຕ້ອງການຕື່ມຜິດ
3. ຊິມໝົດອາຍຸການໃຊ້ງານ
4. ຂໍ້ຈຳກັດຈາກເຄືອຂ່າຍ
5. ເບີໂທລະສັບທີ່ຕ້ອງການຕື່ມເປັນລະບົບຫັກເງິນຜ່ານບັນຊີອັດຕະໂນມັດ
ວິທີແກ້ໄຂ:
1. ຖ້າເກີດຈາກສາເຫດຂໍ້ 1–3 ສາມາດແກ້ໄຂຂໍ້ມູນ ແລະ ຕື່ມເງິນໃໝ່ໄດ້ທັນທີ
2. ຖ້າເກີດຈາກສາເຫດຂໍ້ 4–5 ສາມາດຕິດຕໍ່ສອບຖາມໄດ້ທີ່ເບີ 114